ຢາກເຮັດຫຍັງ ກໍຕາມໃຈ ຂອງໃຜມັນ
ບໍ່ກ່ຽວກັນ ມັນສິດທິ ຊີວິດເຈົ້າ
ແມ່ນຈະສຸກ ທຸກຫລືຈົນ ໝົ່ນໝອງເສົ້າ
ກໍຕົວເຈົ້າ ທີ່ເລືອກເອົາ ເຂົາບໍ່ສົນ...
ທຸກຊີວິດ ເກີດຂຶ້ນມາ ບົນໂລກນີ້
ລ້ວນແຕ່ມີ ສິດທິທາງ ຍ່າງທຸກຄົນ
ຢາກຂຶ້ນເໜືອ ຫລືລ່ອງໃຕ້ ໄດ້ທຸກຫົນ
ເຈົ້າກໍຄົນ ຂ້ອຍກໍຄົນ ປົນກັນໄປ....
ສິດແຫ່ງຮັກ ກໍເຊັ່ນກັນ ມັນບໍ່ຕ່າງ
ຢາກຫາທາງ ຫ່າງຮັກເກົ່າ ໄປເອົາໃໝ່
ໃຜຈະຫ້າມ ໃຜຈະຫວງ ບໍ່ຫ່ວງໃຍ
ຂຶ້ນກັບໃຈ ຂອງໃຜມັນ ນັ້ນລະຄົນ...
ບໍ່ກ່ຽວກັນ ມັນສິດທິ ຊີວິດເຈົ້າ
ແມ່ນຈະສຸກ ທຸກຫລືຈົນ ໝົ່ນໝອງເສົ້າ
ກໍຕົວເຈົ້າ ທີ່ເລືອກເອົາ ເຂົາບໍ່ສົນ...
ທຸກຊີວິດ ເກີດຂຶ້ນມາ ບົນໂລກນີ້
ລ້ວນແຕ່ມີ ສິດທິທາງ ຍ່າງທຸກຄົນ
ຢາກຂຶ້ນເໜືອ ຫລືລ່ອງໃຕ້ ໄດ້ທຸກຫົນ
ເຈົ້າກໍຄົນ ຂ້ອຍກໍຄົນ ປົນກັນໄປ....
ສິດແຫ່ງຮັກ ກໍເຊັ່ນກັນ ມັນບໍ່ຕ່າງ
ຢາກຫາທາງ ຫ່າງຮັກເກົ່າ ໄປເອົາໃໝ່
ໃຜຈະຫ້າມ ໃຜຈະຫວງ ບໍ່ຫ່ວງໃຍ
ຂຶ້ນກັບໃຈ ຂອງໃຜມັນ ນັ້ນລະຄົນ...
ຢືນຈ້ອງມອງ ທ້ອງນະພາ ຢູ່ໜ້າບ້ານ
ລົມພັດຜ່ານ ກ້ານພ້າວໄຫວ ໄກວຕາມລົມ
ພາໃຫ້ຄິດ ເຖິງອາດີດ ເຄີຍສຸກສົມ
ຢືນຕາກລົມ ຍາມຝົນຫລັ່ງ ຄັ້ງກ່ອນນັ້ນ...
ສອງເຮົາຢືນ ຕອນສາຍຝົນ ຫລົ່ນຈາກຟ້າ
ແນບກາຍຍາ ຫາຫຍັງທຽບ ປຽບບໍ່ປານ
ເໝືອນມີພຽງ ເຮົາສອງຄົນ ບົນສະຫວັນ
ຄວາມຮັກຫວານ ຈານນໍ້າຝົນ ລົ້ນຫລັ່ງໄປ...
ແຕ່ວັນນີ້ ບໍ່ມີເຈົ້າ ເຝົ້າໂສກສັນ
ຄິດເຖິງວັນ ນັ້ນຜ່ານມາ ພານ້ອຍໃຈ
ຝົນຕົກມາ ບໍ່ຢັ້ງຢຸດ ສຸດຫວັ່ນໄຫວ
ສຸດຄ້ອຍໃຈ ຕ້ອງຮ້ອງໄຫ້ ກາງສາຍຝົນ....
ລົມພັດຜ່ານ ກ້ານພ້າວໄຫວ ໄກວຕາມລົມ
ພາໃຫ້ຄິດ ເຖິງອາດີດ ເຄີຍສຸກສົມ
ຢືນຕາກລົມ ຍາມຝົນຫລັ່ງ ຄັ້ງກ່ອນນັ້ນ...
ສອງເຮົາຢືນ ຕອນສາຍຝົນ ຫລົ່ນຈາກຟ້າ
ແນບກາຍຍາ ຫາຫຍັງທຽບ ປຽບບໍ່ປານ
ເໝືອນມີພຽງ ເຮົາສອງຄົນ ບົນສະຫວັນ
ຄວາມຮັກຫວານ ຈານນໍ້າຝົນ ລົ້ນຫລັ່ງໄປ...
ແຕ່ວັນນີ້ ບໍ່ມີເຈົ້າ ເຝົ້າໂສກສັນ
ຄິດເຖິງວັນ ນັ້ນຜ່ານມາ ພານ້ອຍໃຈ
ຝົນຕົກມາ ບໍ່ຢັ້ງຢຸດ ສຸດຫວັ່ນໄຫວ
ສຸດຄ້ອຍໃຈ ຕ້ອງຮ້ອງໄຫ້ ກາງສາຍຝົນ....
ຝືນຂົ່ມໃຈລືມເຈົ້າ ຫລາຍເທື່ອລືມບໍ່ລົງ
ເໝືອນດັ່ງມີມົນຂັງ ມັດໃຈແຮງກ້າ
ຄືນວັນຝັນເຫັນໜ້າ ຂວັນຊີວາຮັກເກົ່າ
ໃຈຄິດຮອດແຕ່ເຈົ້າ ບໍ່ມີມື້ຊິປ່ຽນແປງ...
- ທຸກຍາມແລງຄິດຮອດ ຄືນຄໍ່າຄະນິງຫາ
ພາບຍັງຈໍາຕິດຕາ ບໍ່ເລື່ອນລາໄລເວັ້ນ
ຍັງຄິດເຫັນແລງເຊົ້າ ຄວາມຫລັງເຮົາຕັ້ງແຕ່ກ່ອນ
ສັງບໍ່ຄືນຕ່າວຢ້ອນ ກັບມາອີກເທື່ອສອງ...ແດ່ເດ
- ທຸກຄືນຄໍ່າຈໍາຕ້ອງ ໝອງໝົ່ນໃນອຸລາ
ທຸກເວລານາທີ ທີ່ຫ່າງເຫີນໄກເຈົ້າ
ໃນກະມົນແສນເສົ້າ ເຫລືອພຽງເງົາພໍເລືອນລ່າງ
ເຖິງຮັກເຮົາຫ່າງຮ້າງ ຍັງມີເຈົ້າຢູ່ຫ່ວາງໃຈ...
- ຂໍຈົດຈໍາຈື່ໄວ້ ໃນສິ່ງອັນດີງາມ
ສິ່ງທີ່ສອງເຮົາທຳ ຮ່ວມກັນຄາວນັ້ນ
ຈະຂໍຈາລຶກໝັ້ນ ບໍ່ມີວັນລືມງ່າຍ
ລືມນ້ອງລືມບໍ່ໄດ້ ໃຈມັນຮຽກຮໍ່າຫາ...ນີ້ແລ້ວ
ເໝືອນດັ່ງມີມົນຂັງ ມັດໃຈແຮງກ້າ
ຄືນວັນຝັນເຫັນໜ້າ ຂວັນຊີວາຮັກເກົ່າ
ໃຈຄິດຮອດແຕ່ເຈົ້າ ບໍ່ມີມື້ຊິປ່ຽນແປງ...
- ທຸກຍາມແລງຄິດຮອດ ຄືນຄໍ່າຄະນິງຫາ
ພາບຍັງຈໍາຕິດຕາ ບໍ່ເລື່ອນລາໄລເວັ້ນ
ຍັງຄິດເຫັນແລງເຊົ້າ ຄວາມຫລັງເຮົາຕັ້ງແຕ່ກ່ອນ
ສັງບໍ່ຄືນຕ່າວຢ້ອນ ກັບມາອີກເທື່ອສອງ...ແດ່ເດ
- ທຸກຄືນຄໍ່າຈໍາຕ້ອງ ໝອງໝົ່ນໃນອຸລາ
ທຸກເວລານາທີ ທີ່ຫ່າງເຫີນໄກເຈົ້າ
ໃນກະມົນແສນເສົ້າ ເຫລືອພຽງເງົາພໍເລືອນລ່າງ
ເຖິງຮັກເຮົາຫ່າງຮ້າງ ຍັງມີເຈົ້າຢູ່ຫ່ວາງໃຈ...
- ຂໍຈົດຈໍາຈື່ໄວ້ ໃນສິ່ງອັນດີງາມ
ສິ່ງທີ່ສອງເຮົາທຳ ຮ່ວມກັນຄາວນັ້ນ
ຈະຂໍຈາລຶກໝັ້ນ ບໍ່ມີວັນລືມງ່າຍ
ລືມນ້ອງລືມບໍ່ໄດ້ ໃຈມັນຮຽກຮໍ່າຫາ...ນີ້ແລ້ວ
Subscribe to:
Posts (Atom)