25:

24:

23:

22: ຮັກເພື່ອຫຍັງ

ຮັກກັນໄປ    ເພື່ອຫຍັງ   ຫາກບໍ່ແນ່
ຮັກມີແຕ່    ຊອກຊໍ້າ    ຣະກັມໃຈ
ກ່ອນເຄີຍສຸກ    ກັບມາ   ທຸກຮ້ອງໄຫ້
ຄວາມສຸກໃຈ   ຢູ່ໃສ    ບໍ່ເຫັນມີ....

ຢາກໄດ້ຮັກ    ມາຄອງ     ຍາມໝອງເສົ້າ
ມາບັນເທົາ    ຍາມເຮົາ    ເຫງົາຣືດີ
ແຕ່ວ່າຮັກ    ກັບກາຍ    ມາໜ່າຍໜີ
ຫາກເຊັ່ນນີ້    ບໍ່ມີ    ຍັງດີກວ່າ....

21: ສິດທິຂອງຄົນ

ຢາກເຮັດຫຍັງ   ກໍຕາມໃຈ   ຂອງໃຜມັນ
ບໍ່ກ່ຽວກັນ   ມັນສິດທິ    ຊີວິດເຈົ້າ
ແມ່ນຈະສຸກ   ທຸກຫລືຈົນ   ໝົ່ນໝອງເສົ້າ
ກໍຕົວເຈົ້າ     ທີ່ເລືອກເອົາ   ເຂົາບໍ່ສົນ...

ທຸກຊີວິດ   ເກີດຂຶ້ນມາ   ບົນໂລກນີ້
ລ້ວນແຕ່ມີ   ສິດທິທາງ   ຍ່າງທຸກຄົນ
ຢາກຂຶ້ນເໜືອ   ຫລືລ່ອງໃຕ້   ໄດ້ທຸກຫົນ
ເຈົ້າກໍຄົນ   ຂ້ອຍກໍຄົນ   ປົນກັນໄປ....

ສິດແຫ່ງຮັກ   ກໍເຊັ່ນກັນ   ມັນບໍ່ຕ່າງ
ຢາກຫາທາງ   ຫ່າງຮັກເກົ່າ   ໄປເອົາໃໝ່
ໃຜຈະຫ້າມ   ໃຜຈະຫວງ   ບໍ່ຫ່ວງໃຍ
ຂຶ້ນກັບໃຈ   ຂອງໃຜມັນ   ນັ້ນລະຄົນ...

20: ເໝືອນຄວາມຝັນ

ສົ່ງຫົວໃຈ   ໄປຫາ    ຍາມເຈົ້ານອນ
ໄປລີ້ຢູ່     ໃຕ້ໝອນ     ຕອນເຈົ້າຝັນ
ເຂົ້າໄປຢູ່     ຄຽງຂ້າງ     ຂວັນຊີວັນ
ໄປຢູ່ໃກ້     ຈອມຂວັນ     ຍາມຝັນໄປ...

ບໍ່ໄດ້ຢູ່   ຄູ່ຄຽງ  ຮຽງຕົວຈິງ
ຂໍແອບອີງ   ພີງພັກ   ຮັກດ້ວຍໃຈ
ຂໍກ່ອມກ້ຽວ   ຍາມນາງ   ນອນຫລັບໄຫລ
ຂໍຄຽງກາຍ   ໃນຝັນ    ນິຣັນດອນ.....






19: ສາຍຝົນ ປົນນໍ້າຕາ

ຢືນຈ້ອງມອງ    ທ້ອງນະພາ   ຢູ່ໜ້າບ້ານ
ລົມພັດຜ່ານ    ກ້ານພ້າວໄຫວ   ໄກວຕາມລົມ
ພາໃຫ້ຄິດ   ເຖິງອາດີດ   ເຄີຍສຸກສົມ
ຢືນຕາກລົມ   ຍາມຝົນຫລັ່ງ   ຄັ້ງກ່ອນນັ້ນ...

ສອງເຮົາຢືນ    ຕອນສາຍຝົນ   ຫລົ່ນຈາກຟ້າ
ແນບກາຍຍາ    ຫາຫຍັງທຽບ   ປຽບບໍ່ປານ
ເໝືອນມີພຽງ   ເຮົາສອງຄົນ   ບົນສະຫວັນ
ຄວາມຮັກຫວານ    ຈານນໍ້າຝົນ   ລົ້ນຫລັ່ງໄປ...

ແຕ່ວັນນີ້   ບໍ່ມີເຈົ້າ   ເຝົ້າໂສກສັນ
ຄິດເຖິງວັນ    ນັ້ນຜ່ານມາ    ພານ້ອຍໃຈ
ຝົນຕົກມາ   ບໍ່ຢັ້ງຢຸດ   ສຸດຫວັ່ນໄຫວ
ສຸດຄ້ອຍໃຈ    ຕ້ອງຮ້ອງໄຫ້   ກາງສາຍຝົນ....



18: ຄວາມຮັກ

ເມື່ອຍາມຮັກ     ເຄືອເຂົາຮໍ   ກໍວ່າຫວານ
ເດືອນປີຜ່ານ     ນໍ້າຕານຊາຍ  ກາຍເປັນຂົມ
ຄໍາວ່າຮັກ           ສຸດຫົວໃຈ     ກາຍເປັນຂົມ
ເໝືອນສາຍລົມ   ໝູນວຽນໄປ     ຫລາຍທິດທາງ....

ກ່ອນເຄີຍຮັກ   ສະລັກຈິດ       ຊິດໃກ້ກັນ
ເຫິງນານວັນ     ຄວາມຮັກນັ້ນ   ກໍຫັນຫ່າງ
ຣົດນໍ້າເຜິ້ງ        ຫວານເດືອນຫ້າ    ມາຈືດຈາງ
ດອກຮັກຮ້າງ    ເຫີນຫ່າງຫາຍ       ໄປກັບລົມ....

17: ມີພຽງເຈົ້າ

ເຈົ້າກໍຮູ້   ຢູ່ແກ່ໃຈ   ອ້າຍຮັກເຈົ້າ
  ຈະໃຫ້ເວົ້າ   ໃຫ້ເຂົ້າໃຈ    ໄປຈັກຫົນ
         ເຈົ້າຄືນຶ່ງ   ໃຈດວງໃຈ   ກວ່າຫລາຍຄົນ
       ຮັກແຕ່ດົນ   ລົ້ນດິນຟ້າ   ມາຖ້ວມໃຈ
 
  ເຖິງບໍ່ເວົ້າ   ເຈົ້າກໍຄວນ   ຫວນຮູ້ດີ
  ວ່າຂ້ອຍນີ້   ມີພຽງເຈົ້າ   ເຂົ້າຝັງໃຈ
          ເຖິງແມ່ນມີ    ໝື່ນແສນຄົນ    ບໍ່ສົນໃຜ
      ຂ້ອຍມີໃຈ   ໃຫ້ພຽງເຈົ້າ   ເທົ່ານັ້ນພໍ...

                                                                                                            

16: ຢູ່ກັບພາບຖ່າຍ

ພາບໃບນຶ່ງນ້ອຍໆ             ຄອຍເບິ່ງຍາມເຫງົາ
ພໍບັນເທົາແຮງໃຈ              ເບິ່ງແທນໃບໜ້າ
ຍາມຈິດໃຈອ່ອນລ້າ           ພໍເຢົາຢາຫາຍເມື່ອຍ
ແຍງເບິ່ງຮູບເລື້ອຍໆ          ບໍ່ມີເວັ້ນແຕ່ລະວັນ....

ກ່ອນນອນເບິ່ງຮູບນ້ອຍ   ຈົນກວ່ານິດທາ
ຄອຍເຂົາມາເຂົ້າຝັນ         ຢູ່ທຸກວັນແລງເຊົ້າ
ທຸກນາທີຄອຍເຝົ້າ            ເຊົ້າສວາຍງາຍຄໍ່າ
ສຸດລະກັມພໍ່າເພີ້               ຢາກເຈິະໜ້າມິ່ງຂວັນ...ເດນໍ




        

15: ທຳມະຊາດນໍ້າຕົກ

ງາມເດນໍ້າຫລັ່ງລົ້ນ... ລອດໂງ່ນເງົາຫີນ
ຕົກລົງມາ... ທັ່ງຫີນຟາຍຟົ້ງ
ສອງຟາກຂ້າງ...ພຶກສາປຽກຊຸ່ມ
ຊຸມກະເບື້ອ...ບິນອ້ອມທ່ຽວຊົມ

ອັນນຶ່ງ ທາງພຸ່ມໄມ້...ມວນໝູ່ມາລາ
ຂາວເຫລືອງແດງ...ມາກມາຍຫລາຍເຊື້ອ
ທັງນົກຮ້ອງ...ອອນຊອນອ້ອຍອິ່ນ
ບາງຜ່ອງ ບິນເວີ່ນອ້ອມ...ຊອມຈອບໝູ່ປາ...

14: ພິດຮັກ

ຫາກຮູ້ວ່າ   ຄວາມຮັກນີ້   ມີພຽງຫລອກ
ຂອ້ຍຄົງບອກ   ຫົວໃຈ   ບໍ່ໃຫ້ຮັກ
ແຕ່ຍ້ອນຂ້ອຍ   ປັນຍານ້ອຍ   ບໍ່ຮູ້ຈັກ
ຈຶ່ງຄ້ວາຮັກ   ຢ່າງວ່ອງໄວ   ໄຮ້ຕຶກຕອງ...

ເມື່ອຮູ້ທັນ   ມັນກໍຊ້າ  ສວາຍເກີນໄປ
ບັດນີ້ໃຈ   ຕ້ອງປວດລ້າວ   ເສົ້າໝົ່ນໝອງ
ມັນລະທົມ   ຂົມຂື່ນ   ທັງສີ່ຫ້ອງ
ຮັກທີ່ປອງ   ຕ້ອງເປັນພິດ   ຕິດຕາມມາ...

13: ຢາກມີຮັກທັມມະດາ

ບໍ່ຢາກມີ   ຮັກແທ້   ພໍປານໃດ
ແຕ່ຕ້ອງການ   ຄົນປອບໃຈ  ໃນຍາມເຫງົາ
ຍາມແດດຮ້ອນ   ຝົນເຢັນ   ຊ່ວຍເປັນເງົາ
ຍາມເໜັບໜາວ   ຊ່ວຍບັນເທົາ   ໃຫ້ອຸ່ນໃຈ...

ບໍ່ຢາກໄດ້   ມາເປັນ   ເຊັ່ນຄົນຮັກ
ແຕ່ຢາກໃຫ້   ຮູ້ຈັກ   ຮັກກັນໄປ
ເປັນພຽງຄົນ   ຮ່ວມຮຽງ   ຢູ່ຄຽງໃກ້
ບໍ່ຢາກໃຫ້  ເຈັບຊໍ້າ   ຍາມຫ່າງກັນ....


12: ເໝືອນເວລາ

ວັນເວລາ   ປ່ຽນໄປ   ໃຈປ່ຽນແປງ
ທຸກເຊົ້າແລງ   ເຄີຍອ້ອນ   ປ່ອນວາຈາ
ແຕ່ບັດນີ້   ຄົນດີ   ກັບໜີໜ້າ
ເຊົ້າບໍ່ມາ   ແລງບໍ່ທັກ   ຮັກຫາຍໜີ...

ຄົງປ່ຽນໃຈ   ໄປແລ້ວ   ເໝືອນເວລາ
ຄໍາສັນຍາ   ສາບານ  ນັ້ນບໍ່ມີ
ເຖິງແມ່ນເຈົ້າ   ຢາກປິ່ນຫລັງ   ແລ້ວຍ່າງໜີ
ຂ້ອຍບໍ່ມີ   ສິດໃດໆ   ໄປຈ່ອງດຶງ...






11: ຄົງມີຈັກວັນ

ແມ່ນເປັນພຽງ     ຄວາມຮັກ    ຈາກອອນລາຍນ໌
ແມ່ນບໍ່ໄດ້   ໃກ້ຄຽງ   ຮຽງຄູ່ກັນ
ແຕ່ຫົວໃຈ   ລອຍລັບ   ໄປກັບຝັນ
ທຸກຄືນວັນ   ໄດ້ແຕ່ຝັນ   ກໍຊື່ນໃຈ...

ໝົດຊົ່ວຊາດ   ອາດມີ   ວາສນາ
ຫາກເຫັນໜ້າ    ຄົງພາ    ຊື່ນຫົວໃຈ
ແຕ່ວັນນີ້   ຂໍຮັກ   ພຽງອອນລາຍນ໌
ວັນຕໍ່ໄປ   ຫວັງໄວ້   ຄົງພົບກັນ....


10: ທັມມະຊາດຂອງນົກ

ທັມມະຊາດ   ຂອງນົກ   ໂບກໂບຍນິນ
ເຫີນຈາກດິນ   ບິນໄປ   ໄດ້ທຸກແຫ່ງ
ບິນໄປມາ   ຫາຮັງ   ທັງຝົນແລ້ງ
ມີປີກແຂງ    ແຂ່ງລົມ   ບໍ່ຫວັ່ນໄຫວ

ເຮົາບໍ່ມີ    ບີກບິນ   ສູ່ອາກາດ
ບໍ່ສາມາດ   ເຫາະເຫີນ   ເວີ່ນໄປໃສ
ມີພຽງປີກ    ນ້ອຍໆ    ຕິດຫົວໃຈ
ຄ່ອຍບິນໄປ    ຫາເຈົ້າ    ທຸກເຊົ້າແລງ....

09: ຝາກໃຈເຖິງ

ເປັນບຸນຕາ   ຫລືໃດ   ທີ່ໄດ້ພົບ
ໄດ້ປະສົບ   ຂວັນຕາ   ພາສຸກໃຈ
ເໝືອນດັ່ງພຣົມ   ບົນຟ້າ   ປະທານໃຫ້
ສອງເຮົາໄດ້    ຮູ້ຈັກ   ທັກທາຍກັນ

ຄົນລະຝັ່ງ   ຄົນລະຟາກ   ຝາກໃຈຫາ
ຂ້າມທາຣາ   ລອຍຟ້າ   ມາກັບຝັນ
ສົ່ງຫົວໃຈ   ອອນລາຍນ໌   ໄປຫາກັນ
ວອນຮັກນັ້ນ   ຢ່າມີວັນ   ຜັນປ່ຽນໄປ....

08: ລືມບໍ່ໄດ້

ຝືນຂົ່ມໃຈລືມເຈົ້າ          ຫລາຍເທື່ອລືມບໍ່ລົງ
ເໝືອນດັ່ງມີມົນຂັງ       ມັດໃຈແຮງກ້າ
ຄືນວັນຝັນເຫັນໜ້າ      ຂວັນຊີວາຮັກເກົ່າ
ໃຈຄິດຮອດແຕ່ເຈົ້າ       ບໍ່ມີມື້ຊິປ່ຽນແປງ...
 - ທຸກຍາມແລງຄິດຮອດ   ຄືນຄໍ່າຄະນິງຫາ
ພາບຍັງຈໍາຕິດຕາ          ບໍ່ເລື່ອນລາໄລເວັ້ນ
ຍັງຄິດເຫັນແລງເຊົ້າ       ຄວາມຫລັງເຮົາຕັ້ງແຕ່ກ່ອນ
ສັງບໍ່ຄືນຕ່າວຢ້ອນ         ກັບມາອີກເທື່ອສອງ...ແດ່ເດ
 - ທຸກຄືນຄໍ່າຈໍາຕ້ອງ       ໝອງໝົ່ນໃນອຸລາ
ທຸກເວລານາທີ                  ທີ່ຫ່າງເຫີນໄກເຈົ້າ
ໃນກະມົນແສນເສົ້າ        ເຫລືອພຽງເງົາພໍເລືອນລ່າງ
ເຖິງຮັກເຮົາຫ່າງຮ້າງ      ຍັງມີເຈົ້າຢູ່ຫ່ວາງໃຈ...
 - ຂໍຈົດຈໍາຈື່ໄວ້               ໃນສິ່ງອັນດີງາມ
ສິ່ງທີ່ສອງເຮົາທຳ            ຮ່ວມກັນຄາວນັ້ນ
ຈະຂໍຈາລຶກໝັ້ນ             ບໍ່ມີວັນລືມງ່າຍ
ລືມນ້ອງລືມບໍ່ໄດ້            ໃຈມັນຮຽກຮໍ່າຫາ...ນີ້ແລ້ວ


07: ເຫືລອພຽງເຮົາ

ດາວແລະເດືອນ   ເປັນເພື່ອນ    ຄູ່ຄຽງຟ້າ
ໝູ່ມັດສາ    ອາໄສ    ຄູ່ສາຍທານ
ນົກແລະໜູ     ມີຄູ່ໃຈ    ບໍ່ໄຫວຫວັ່ນ
ດອກໄມ້ນັ້ນ    ມີພູ່ເຜິ້ງ    ເປັນຄູ່ຊົມ

ນໍ້າກັບລົມ    ເໝາະສົມ    ຄູ່ກັນໄປ
ດິນກັບໄຟ    ໃກ້ກັນ    ໝັ້ນສຸກສົມ
ເຫລືອພຽງເຮົາ    ປວດລ້າວ    ເສົ້າລະທົມ
ສຸດຂື່ນຂົມ    ຕຣົມໃຈ    ໄຮ້ຄູ່ຄຽງ

06: ຝົນມາພາໃຈເສົ້າ

ຝົນຕົກມາ   ພາໃຈ    ໃຫ້ສະທ້ານ
ຄິດເຖິງວັນ    ຜ່ານມາ    ພາໃຈໝົ່ນ
ຄາວເຮົາສອງ    ຄອງຮັກ    ກາງສາຍຝົນ
ຄາວສອງຄົນ    ສັນຍາ    ວ່າບໍ່ລືມ..

05: ສາຍຕາ

ສາຍຕາຄົມເລີດລໍ້າ       ເໝືອນດັ່ງປາຍເຂັມ
ງາມແສງຕາ                 ສ່ອງໄກເຫັນແຈ້ງ
ຂ້າງໃນນັ້ນ                    ມືດມົວໝອງໝົ່ນ
ບໍ່ມີໃຜຮຸ່ງຮູ້                   ບົນເບື້ອງບ່ອນໃນ...ດອກຕີ

ອັນນຶ່ງ...ງາມຍິ່ງລໍ້າ        ຫວານອ່ອນນວນໃນ
ໃຜມາເຫັນ                     ກ່າວຄໍາຍໍຍ້ອງ
ຟັງສຽງເວົ້າ                    ອອນຊອນຫູມ່ວນ
ແຕ່ວ່າ...ໃຜບໍ່ຮູ້              ໃນນັ້ນເຊື່ອງຫຍັງ...ດອກນາ

04: ທາງຊີວິດ

ສຸດລະທົມ    ຂື່ນຂົມ   ຕຣົມຊີວິດ
ພຣົມລິຂິດ   ຜິດໄປ   ຫລືໃດກັນ
ເປັນຫຍັງເຮົາ   ເຝົ້າມີ   ແຕ່ໂສກສັນ
ຫລືຟ້ານັ້ນ   ປັ້ນແຕ່ງ   ແກ້ງພຽງເຮົາ...

ໂອ...ຊີວິດ   ຂ້າຜິດ   ບ່ອນໃດແທ້
ມີຢາແກ້   ຢູ່ໃສ   ຈະໄປເອົາ
ເປັນຢາທາ   ຫລືຢາກິນ   ທຸກແລງເຊົ້າ
ກິນໃຫ້ຫາຍ   ຄວາມເສົ້າ   ທີ່ຄ້າງຄາ...



03: ອີກມື້ນຶ່ງ

ຕື່ນຂຶ້ນມາ ຍິ້ມໄວ້        ໃຈຊື່ນມີສຸກ
ປະຄວາມທຸກພໍມັນ      ເມີ່ມອງມູມໂລກ
ປ່ອຍປະຄວາມເຫງົາໂສກ  ໄວ້ແຈຝາໂດດດ່ຽວ
ຫັນມາຫລຽວເບິ່ງຟ້າ   ຕາເວັນແຈ້ງສ່ອງແສງ...

ດວງຕາເວັນ ຮຸ່ງແຈ້ງ        ງາມຍິ່ງໜັກໜາ
ສະກຸນາຊື່ນຊົມ                   ສົ່ງສຽງເຮຮ້ອງ
ຖອດຄາບມົວໝອງໄວ້      ໂລມໃຈຊ້ອຍຊື່ນ
ຕື່ນມາຍິ້ມສູ້ໂລກ               ເດີນກ້າວຕໍ່ໄປ...


02: ທາງອີກສາຍນຶ່ງ

ເດີນເສັ້ນທາງ    ຍາວໄກ    ມາສາຍນຶ່ງ
ຍັງບໍ່ເຖິງ    ເຄິ່ງທາງ    ຕ້ອງວາງໄປ
ຄິດວ່າເປັນ    ເສັ້ນທາງ    ທີ່ສົດໃສ
ຜົນສຸດທ້າຍ    ກາຍເປັນທາງ    ທີ່ໄຮ້ຮັກ

ຕ້ອງກັບມາ    ຫາທາງເດີມ    ເລີ້ມຈຸດເກົ່າ
ມາພັກເຊົາ    ເອົາຕົວກັບ    ຮັບຄວາມຍາກ
ເຖິງຈະຕຶບ    ຮົກເຮື້ອ    ຫລືລໍາບາກ
ຫາກມີຮັກ    ເຖິງຫຍຸ້ງຍາກ    ກໍສຸກໃຈ...

01: ຄັນມີເຈົ້າ


 ຄັນມີເຈົ້າ    ມານັ່ງນໍາ    ເຂົ້ານໍ້າແຊບ
ຫລັບກໍແຈບ    ແຊບຍາມກິນ    ຫລິ້ນກໍມ່ວນ
ໄປທາງໃດ    ຫາກມີເຈົ້າ    ເຂົ້າມາຊວນ
ຕ້ອງໄດ້ມ່ວນ    ຊວນຍາມໃດ    ໄປຍາມນັ້ນ

ຍາມຂາດເຈົ້າ    ເຂົ້າບໍ່ຢາກ    ໝາກບໍ່ສົນ
ໃຈວຽນວົນ    ເໝືອນຄົນບ້າ    ມາຫລາຍວັນ
ຈິດວຸ້ນວາຍ    ໃຈກໍເຫງົາ    ເສົ້າໂສກສັນ
ບໍ່ເໝືອນກັນ    ກັບມີເຈົ້າ    ເຝົ້ານັ່ງຮຽງ